Privacy Policy for Mixay App

I. ໝວດທີ 1: ວ່າດ້ວຍຂໍ້ມູນສ່ວນຕົວ

     ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ ຈະເຮັດໃຫ້ທ່ານໄດ້ເຂົ້າໃຈເຖິງການເກັບກໍາຂໍ້ມູນສ່ວນຕົວ, ການນໍາໃຊ້ ແລະ ການເຜີຍແຜ່ຂໍ້ມູນໃນຮູບແບບ ດິຈິຕອລ ຕ່າງໆໃນລະບົບ ແອັບມີໄຊ ຂອງພວກເຮົາ. ນະໂຍບາຍຄວາມເປັນສ່ວນຕົວ          ສະບັບນີ້ຈະຊ່ວຍໃຫ້ທ່ານຕັດສິນໃຈວ່າທ່ານຄວນຈະໃຫ້ຂໍ້ມູນສ່ວນຕົວກັບລະບົບ ແອັບມີໄຊ ຂອງພວກເຮົາ ຫຼື ບໍ່. ເຖິງຢ່າງໃດກໍ່ຕາມ ກ່ອນທີ່ທ່ານຈະໃຫ້ຂໍ້ມູນຕ່າງໆ ກັບທາງລະບົບ ຂອງພວກເຮົາ, ທ່ານຄວນອ່ານໃຫ້ດີເສຍກ່ອນ. ນະໂຍບາຍ          ສະບັບນີ້ອາດມີການປ່ຽນແປງຕາມການເວລາ ແລະ ສະພາບຕົວຈິງໃນອານາຄົດ ເພື່ອໃຫ້ສອດຄ່ອງກັບກົດໝາຍທາງ ດິຈິຕອລ ແລະ ກົດໝາຍຂອງ ສປປ ລາວ. 

1. ຂໍ້ມູນສ່ວນຕົວ ລະບົບ ແອັບມີໄຊ ຂອງພວກເຮົາ ຈະເປັນແອັບ ທີ່ເກັບກໍາຂໍ້ມູນສ່ວນຕົວຂອງຜູ້ໃຊ້ລະບົບ ເຊິ່ງຜູ້ໃດກໍ່ຕາມທີ່ມາໃຊ້ລະບົບຈະຖືກເກັບກໍາຂໍ້ມູນສ່ວນຕົວພື້ນຖານ ເຊິ່ງຂໍ້ມູນພື້ນຖານດັ່ງກ່າວແມ່ນລວມມີ:

     a) ຊື່, ເບີໂທຕິດຕໍ່, ທີ່ຢູ່, ອີເມວ, ເລກບັດປະຈຳຕົວ ແລະ ເລກບັນຊີທະນາຄານ(ແມ່ນກໍລະນີລົງທະບຽນໃຊ້ບໍລິການເກັບ ເງິນຄ່າສິນຄ້າປາຍທາງ).

     b) ຂໍ້ມູນທີ່ເປັນຮູບພາບ ໄດ້ແກ່ຮູບຫນ້າປົກ, ຮູບຫນັງສືຢັ້ງຢືນຕົວຕົນເຊັ່ນ: ສໍາມະໂນຄົວ, ບັດປະຈໍາຕົວ, ໜັງສືຜ່ານແດນ ແລະ ປື້ມບັນຊີທະນາຄານ.

2. ຮູບແບບການເກັບກໍາຂໍ້ມູນ ລະບົບ ແອັບມີໄຊ ຂອງພວກເຮົາ ຈະເກັບກໍາຂໍ້ມູນທັນທີເມື່ອທ່ານ ເຮັດກິດຈະກໍາເຫຼົ່ານີ້ໃນ ແອັບມີໄຊ ພວກເຮົາ:

     a) ລົງທະບຽນໃນແອັບ.

     b) ເຂົ້າສູ່ລະບົບ.

     c) ສະໝັກໃຊ້ບໍລິການເກັບເງິນຄ່າສິນຄ້າປາຍທາງ(COD).

     d) ຝາກສິນຄ້າເຂົ້າລະບົບ.

3. ຈຸດປະສົງຂອງການເກັບກໍາຂໍ້ມູນ, ການນໍາໃຊ້ ແລະ ການເຜີຍແຜ່ຂໍ້ມູນສ່ວນຕົວຂອງທ່ານ.

     a) ແອັບມີໄຊ ຂອງພວກເຮົາ ຈະນໍາໃຊ້ຂໍ້ມູນສ່ວນຕົວຂອງທ່ານ ຕາມຈຸດປະສົງດັ່ງລຸ່ມນີ້: 

        - ເພື່ອສະສົມຂໍ້ມູນຕິດຕໍ່ພື້ນຖານໃນເວລາຈໍາເປັນທີ່ຈະຕ້ອງຕິດຕໍ່ຫາທ່ານໃນຈຸດປະສົງໄປສົ່ງສິນຄ້າ, ຫຼື ໄປຮັບ ສິນຄ້າ.

        - ເພື່ອໃຫ້ທ່ານໄດ້ນໍາໃຊ້ ແອັບມີໄຊ ຢ່າງມີປະສິດຕິພາບ ແລະ ງ່າຍຂື້ນ.

        - ເພື່ອນຳຂໍ້ມູນສ່ວນຕົວຂອງທ່ານໄປວິເຄາະໃນຮູບແບບສະຖິຕິ ແລະ ນໍາເອົາຜົນຕອບຮັບດັ່ງກ່າວໄປຜັນຂະຫຍາຍວຽກງານການບໍລິການໃຫ້ດີຂຶ້ນ.

         - ເພື່ອບໍ່ໃຫ້ເກີດບັນຫາ ເມື່ອທ່ານເຮັດຜິດກົດຂອງ ແອັບມີໄຊ ພວກເຮົາ.

     b) ການເຜີຍແຜ່ຂໍ້ມູນສ່ວນຕົວຂອງທ່ານ: ຂໍ້ມູນຂອງທ່ານຈະຖືກປົກປ້ອງ, ຮັກສາໄວ້ເປັນຄວາມລັບ ແລະ ຈະບໍ່ ຖືກເປີດເຜີຍໃຫ້ພາກສ່ວນທີສາມເປັນເດັດຂາດ. ເຖິງຢ່າງນັ້ນກໍ່ຕາມ ຂໍ້ມູນຂອງທ່ານຍັງອາດຈະຖືກເປີດເຜີຍໃຫ້ ຫນ່ວຍງານທີ່                 ກ່ຽວຂ້ອງໃນບາງກໍລະນີເຊັ່ນ:

         - ພະແນກຕ່າງໆ ຫຼື ໜ່ວຍງານທີ່ກ່ຽວຂ້ອງຂອງບໍລິສັດເອງ.

         - ນັກກວດສອບ(ຈາກພາກສ່ວນລັດ).

4. ການຖອນຂໍ້ມູນສ່ວນຕົວຂອງທ່ານອອກຈາກ ແອັບມີໄຊ ຂອງພວກເຮົາ: ຖ້າທ່ານເຫັນວ່າ ທ່ານບໍ່ຢາກ ໃຫ້ມີຂໍ້ມູນສ່ວນຕົວຂອງທ່ານໃນລະບົບຂອງພວກເຮົາ, ທ່ານສາມາດຮຽກຮ້ອງມາຍັງໜ່ວຍງານທີ່ກ່ຽວຂ້ອງຂອງພວກເຮົາໄດ້ ໂດຍກົງ ເພື່ອ         ໜ່ວຍງານທີ່ກ່ຽວຂ້ອງຂອງພວກເຮົາ ຈະໄດ້ຖອນຂໍ້ມູນສ່ວນຕົວຂອງທ່ານອອກຈາກລະບົບ.

5. ການເຂົ້າເຖິງຂໍ້ມູນສ່ວນຕົວຂອງທ່ານເອງ: ທ່ານສາມາດເຂົ້າສູ່ລະບົບໃນ ແອັບມີໄຊ ຂອງພວກເຮົາ ໄດ້ຕະຫຼອດເວລາເພື່ອເຮັດການປ່ຽນແປງຂໍ້ມູນສ່ວນຕົວຂອງທ່ານ.

6. ການປ້ອງກັນ ແລະ ຄວາມປອດໄພຕ່າງໆ.

      a) ພວກເຮົາຈະເຮັດທຸກວິທີທາງເພື່ອປ້ອງກັນຂໍ້ມູນສ່ວນຕົວຂອງທ່ານບໍ່ໃຫ້ຮົ່ວໄຫຼໄປຫາພາກສ່ວນທີ 3 ບໍ່ວ່າ ຈະຮູບແບບໃດກໍ່ຕາມ.

      b) ພວກເຮົາຈະທຸ້ມເທໃສ່ການພັດທະນາລະບົບໃຫ້ມີຄວາມປອດໄພທີ່ສຸດ ເພື່ອໃຫ້ບັນລຸຄວາມປອດໄພຕາມ ມາດຕະຖານສາກົນ.

7. ການຮັກສາຂໍ້ມູນສ່ວນຕົວຂອງທ່ານໄວ້ໃນລະບົບ ແອັບມີໄຊ ພວກເຮົາຈະຮັກສາຂໍ້ມູນສ່ວນຕົວຂອງ ທ່ານໄວ້ໃນລະບົບຂອງພວກເຮົາໄວ້ໃຫ້ດົນເທົ່າທີ່ຈະດົນໄດ້ ຖ້າທ່ານບໍ່ໄດ້ຮຽກຮ້ອງຂໍຖອນຂໍ້ມູນສ່ວນຕົວຂອງ ທ່ານອອກຈາກລະບົບຂອງພວກ     ເຮົາ.

  1. ການຍອມຮັບຂໍ້ກຳນົດ ແລະ ເງື່ອນໄຂ.

            -  ລູກຄ້າ ທີ່ມາໃຊ້ບໍລິການຂົນສົ່ງ ສິນຄ້າ ຫຼື ພັດສະດຸ ຂອງ ບໍລິສັດ ມີໄຊ ຈັດສົ່ງດ່ວນ ແອນ ລາວເນັດເວີກ ຈຳກັດ. ໝາຍຄວາມວ່າ ລູກຄ້າ ຕົ້ນທາງ ໄດ້ຍອມຮັບຂໍ້ກຳນົດ ແລະ ເງື່ອນໄຂຂອງການຈັດສົ່ງ ຂອງ ບໍລິສັດ ແລ້ວ ແລະ ການຈັດສົ່ງ                ສິນຄ້າ ຫຼື ພັດສະດຸ ມອບຕໍ່ໃຫ້ ລູກຄ້າ ປາຍທາງ. 

             -  ລູກຄ້າ ຕົ້ນທາງ ແລະ ລູກຄ້າ ປາຍທາງ ຈະມີຂໍ້ຜູກພັນເທົ່າກັນໃນການຍອມຮັບ ຕາມຂໍ້ກຳນົດ ແລະ ເງື່ອນໄຂການຂົນສົ່ງ ຂອງ ບໍລິສັດ.

    2. ສິນຄ້າ ຫຼື ພັດສະດຸບໍ່ຮັບຝາກ ແລະ ພັດສະດຸຕ້ອງຫ້າມ. 

             -   ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ຜິດກົດໝາຍ ຫຼື ຕ້ອງຫ້າມທຸກປະເພດ ຕາມກົດໝາຍ ສປປ.ລາວ ກຳນົດ.

             -   ປະເພດ ເຄື່ອງປ່າຂອງດົງ, ສັດ, ພືືດ, ທີ່ມີການສະຫງວນ , ອະນຸລັກ ທີ່ລະບຸໄວ້ໃນກົດໝາຍ ສປປ.ລາວ.

             -  ປະເພດ ໄມ້ທຸກຊະນິດ (ຜະລິດຕະພັນໄມ້) ທີ່ບໍ່ມີເອກະສານອະນຸຍາດໃນການນຳສົ່ງ ແລະ ເຄື່ອນຍ້າຍ.

             -  ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ເປັນອັນຕະລາຍ ແລະ ມີຄວາມສ່ຽງ ເຊັ່ນ: ວັດຖຸລະເບີດ, ອາວຸດ, ປືນ, ສານເຄມີ ວັດຖຸໄວໄຟ ຕ່າງໆເປັນຕົ້ນ. 

             -   ປະເພດ ແບັດເຕີລີ້ ຫຼື ໝໍ້ໄຟ ແລະ ແກັສ ທຸກຊະນິດ.

             -  ປະເພດ ຢາສູບທຸກຊະນິດທີ່ບໍ່ຜ່ານພາສີ ແລະ ຢາສູບໄຟຟ້າ ຫຼື ຜະລິດຕະພັນທີ່ກ່ຽວຂ້ອງ.

             -  ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ມີມູນຄ່າສູງ ເຊັ່ນ: ທະນາບັດ, ເງິນ-ຄຳ-ເພັດພອຍ, ພຣະ, ໂທລະສັບມືຖື, ເຄື່ອງໃຊ້, ເຄື່ອງປະດັບ, ວັດຖຸບູຮານ, ວັດຖຸມຸງຄຸນ ແລະ ຂອງສະສົມອື່ນໆ.

             - ປະເພດ ເອກະສານສ່ວນບຸກຄົນທີ່ອອກໂດຍໜ່ວຍງານລັດ ເຊັ່ນ: ສຳມະໂນຄົວ, ບັດປະຈຳຕົວ, ໃບຕາດິນ, ໜັງສືເດີນທາງ, ພາສປອດ, ໃບຂັບຂີ່, ປ້າຍທະບຽນລົດ, ໃບທະບຽນສົມລົດ, ໃບທະບຽນ ວິສາຫະກິດ ແລະ ອື່ນໆທີ່ເປັນ                         ເອກະສານສະບັບຂອງແທ້. 

             -  ປະເພດ ບັດເຄຼດິດ ຫຼື ໃບແຊັກເງິນສົດ, ພັນທະບັດ ແລະ ໃບຫວຍ.

             -   ປະເພດ ເຄື່ອງດື່ມແອລກໍຮໍ, ສິ່ງມຶນເມົາ ທຸກຊະນິດ

             -   ປະເພດ ສິ່ງທີ່ມີຊິວິດທຸກຊະນິດ ຫຼື ຊາກສົບ, ອະໄວຍະວະ.

             -   ປະເພດ ພືດ, ອາຫານ ຫຼື ປະເພດທີ່ເນົ່າເສຍງ່າຍ ເຊັ່ນ: ຕົ້ນໄມ້, ເຂົ້າໜົມ, ອາຫານສົດ, ພືດ-ຜັກ-ໝາກໄມ້ສົດ ແລະ ອື່ນໆເປັນຕົ້ນ.

             -    ປະເພດ ນ້ຳ ຫຼື ຂອງແຫຼວ ທຸກຊະນິດ ເຊັ່ນ: ເຄື່ອງສຳອາງ, ຄຣີມ, ເຄື່ອງດື່ມ, ນ້ຳຢາ, ນ້ຳມັນ, ນ້ຳເຜິ້ງ ເປັນຕົ້ນ.

             -   ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ມີອາຍຸສັ້ນບໍ່ເກີນ 05-07ວັນ ນັບຈາກວັນຈັດສົ່ງ.

             -   ປະເພດ ສິນຄ້າ ຫຼື ພັດສະດຸ ທົ່ວໄປ ແບບ Express ທີ່ມີຂະໜາດຄວາມກ້ວາງ, ຍາວ, ສູງ ເກີນ 280cm ຫຼື ນ້ຳໜັກເກີນຂະໜາດ 35ກິໂລ/ຊິ້ນ.

             -   ປະເພດ ສິນຄ້າ ຫຼື ພັດສະດຸ ຂະໜາດໃຫຍ່ແບບ Logistic ທີ່ມີນ້ຳໜັກເກີນ 100 ກິໂລ/ຊິ້ນ.


3. ສິນຄ້າ ຫຼື ພັດສະດຸທີ່ບໍ່ຮັບປະກັນ ແລະ ບໍ່ສາມາດຮຽກຮ້ອງຄ່າເສຍຫາຍໄດ້ທຸກກໍລະນີ.
       ບໍລິສັດອາດຍອມຮັບ-ຝາກບາງລາຍການຕໍ່ໄປນີ້ໃນບາງເງື່ອນໄຂ ແຕ່ກໍລະນີເກີດການເສຍຫາຍແມ່ນບໍ່ສາມາດຮຽກຮ້ອງຄ່າເສຍຫາຍໃດໆໄດ້ທຸກກໍລະນີ:
     - ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ລະບຸໃນ ມາດຕາ02 ສິນຄ້າ ຫຼື ພັດສະດຸ ທີ່ບໍ່ຮັບຝາກ.
     - ປະເພດ ສິນຄ້າ ຫຼື ພັດສະດຸ ເປັນອຸປະກອນໃຊ້ໄຟຟ້າ, ເຄື່ອງດົນຕຣີ-ອຸປະກອນດົນຕຣີ, ເຄື່ອງຈັກ ຫຼື ເຄື່ອງອີເລັກໂຕນິກ ທຸກຊະນິດ.
     - ປະເພດ ສິນຄ້າ ຫຼື ພັດສະດຸ (ມື 02 ) ທີ່ມີການໃຊ້ງານມາແລ້ວ.
     - ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ມີອາຍຸສັ້ນບໍ່ເກີນ 05-07 ວັນ (ນັບຈາກວັນຈັດສົ່ງ)
     - ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ເນົ່າເສຍງ່າຍ ເຊັ່ນ: ອາຫານ, ເຂົ້າໜົມ, ພືດ-ຜັກ-ໝາກໄມ້ ແລະ ອື່ນໆເປັນຕົ້ນ.
     - ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ມີລັກສະນະທີ່ຕ້ອງການໃຫ້ຄົງຮູບຊົງເດີມ ເຊັ່ນ: ອຸປະກອນເຄື່ອງໃຊ້ທີ່ມີການປະກອບ, ຮູບປັ້ນ-ຫຼໍ່, ກ່ອງ-ກະຕ່າຂອງຂັວນ, ຮູບແກະສະລັກຕ່າງໆ ເປັນຕົ້ນ.
     - ປະເພດ ສິນຄ້າ ຫຼື ພັດສະດຸ ເກີດການເສຍຫາຍ ຫຼື ແຕກຫັກງ່າຍ ເຊັ່ນ: ແກ້ວ, ຈໍTV-ຈໍຄັອມ, ຫີນອ່ອນ, ເຊຣາມິກ, ອະຄີລິກ, ແຜ່ນພາສວູດ ແລະ ອື່ນໆ ເປັນຕົ້ນ.
     - ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ບໍ່ມີການຫຸ້ມຫໍ່ ຫຼື ຫຸ້ມຫໍ່ບໍ່ໄດ້ມາດຕະຖານ.


4. ສິດໃນການກວດສອບ.
     - ບໍລິສັດ ແລະ ປ່ອງບໍລິການ ມີສິດໃນການເປີດ ແລະ ກວດສອບ ສິນຄ້າ ຫຼື ພັດສະດຸ ທີ່ນຳມາຝາກ, ໂດຍບໍ່ຕ້ອງແຈ້ງໃຫ້ລູກຄ້າຮັບຮູ້ລ່ວງໜ້າ ໃນບາງກໍລະນີ ເພື່ອຄວາມປອດໄພ ແລະ ຄັດກອງ ສີນຄ້າ ຫຼື       ພັດສະດຸ ທີ່ຜິດກົດລະບຽບບໍລິສັດ
     - ກໍລະນີ ທີ່ເຈົ້າໜ້າທີ່ ຫຼື ໜ່ວຍງານລັດ ມີຄວາມຕ້ອງການກວດກາ ສິນຄ້າ ຫຼື ພັັດສະດຸ ໃນເວລາຂົນສົ່ງ ແລະ ເວລາສິນຄ້າຢູ່ ສາງຄັດແຍກ ຫຼື ຢູ່ປ່ອງບໍລິການ ບໍ່ວ່າຢູ່ ຕົ້ນທາງ ຫຼື ປາຍທາງ, ບໍລິສັດ ກໍຄື ຕົວແທນຂອງ ບໍລິສັດ (ພະນັກງານຂົນສົ່ງ),        ປ່ອງບໍລິການ ຈຳເປັນຕ້ອງປະຕິບັດຕາມຄຳສັ່ງດັ່ງກ່າວຢ່າງເຕັມທີ່ ເຊິ່ງໃນກໍລະນີນີ້ບໍ່ຈຳເປັນຕ້ອງແຈ້ງໃຫ້ ລູກຄ້າ ຜູ້ຈັດສົ່ງ ສິນຄ້າ ຫຼື ພັດສະດຸ ຫຼື ຜູ້ຮັບສິນຄ້າ ຮັບຮູ້ລ່ວງໜ້າ.


5. ການນຳຈ່າຍ-ສົ່ງມອບ ສິນຄ້າ ຫຼື ພັດສະດຸ.
     - ລູກຄ້າ ທີ່ມາຮັບ ສິນຄ້າ ຫຼື ພັດສະດຸ ຢູ່ປາຍທາງ ຕ້ອງມີຮູບບິນມາຢັ້ງຢືນ ຈຶ່ງສາມາດຈ່າຍ ສິນຄ້າ ຫຼື ພັດສະດຸ ໃຫ້ໄດ້, ກໍລະນີທີ່ບໍ່ແມ່ນເຈົ້າຂອງສິນຄ້າ ຫຼື ພັດສະດຸມາຮັບດ້ວຍຕົນເອງ ຕ້ອງມີການຢັ້ງຢືນ ຕົວຕົນ ເຊັ່ນ: ບັດປະຈຳຕົວ, ຮູບຖ່າຍ           ແລະ ເຊັນຢັ້ງຢືນພ້ອມຊື່, ເບີໂທຢ່າງລະອຽດ).
     - ໃນເວລາ ລູກຄ້າ ມາຮັບສິນຄ້າ ຫຼື ພັດສະດຸ ລູກຄ້າ ຕ້ອງກວດສອບໃຫ້ລະອຽດກ່ອນອອກຈາກ ປ່ອງບໍລິການ ຫຼື ສາຂາໄປ ຖ້າຫາກອອກຈາກ ປ່ອງບໍລິການ ປາຍທາງ ໄປແລ້ວເກີດມີ ສິນຄ້າ ເປ່ເພ ຫຼື ບໍ່ຄົບຕາມຈຳນວນ ຫຼື ມາແຈ້ງວ່າ ສີນຄ້າ ຫຼື         ພັດສະດຸ ເສຍຫາຍ ທາງ ປ່ອງບໍລິການ ປາຍທາງ ແລະ ບໍລິສັດ ຈະບໍ່ຮັບຜິດຊອບທຸກກໍລະນີ.
     - ເມື່ອ ສິນຄ້າ ຫຼື ພັດສະດຸ ຮອດປາຍທາງແລ້ວ ລູກຄ້າຕ້ອງມາຮັບພາຍໃນ 07 ວັນ. ກໍລະນີ ສິນຄ້າ ຫຼື ພັດສະດຸຄ້າງເປັນເວລາດົນ ເກີນເວລາທີ່ ລະບຽບຂອງ ບໍລິສັດ ກຳນົດ ຫຼື ບໍ່ມີຂໍ້ມູນມາພົວພັນຮັບສິນຄ້າ ຫຼື ພັດສະດຸ ແລະ ບໍ່ສາມາດກວດ            ສອບໄດ້ ບໍລິສັດ ຈະບໍ່ຮັບຜິດຊອບທຸກກໍລະນີ.


6. ການຮັບປະກັນ ແລະ ຊົດໃຊ້ຄ່າເສຍຫາຍ.
    ບໍລິສັດຈະຮັບຜິດຊອບຊົດໃຊ້ຄ່າເສຍຫາຍຂອງພັດສະດຸໃຫ້ລູກຄ້າ ກໍ່ຕໍ່ເມື່ອເກີດຈາກການຂົນສົ່ງຂອງບໍລິສັດ ທີ່ບໍ່ຢູ່ໃນເງື່ອນໄຂກົດລະບຽບຂອງບໍລິສັດກຳນົດໄວ້ ດັ່ງນີ້:
     - ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ບໍ່ລະບຸໃນ ມາດຕາ02 ພັດສະດຸ ບໍ່ຮັບຝາກ ແລະ ມາດຕາ03 ພັດສະດຸບໍ່ຮັບປະກັນ.
     - ປະເພດ ສິນຄ້າ ຫຼື ພັດສະດຸ ທີ່ມີການແພັກ ແລະ ຫຸ້ມຫໍ່ ໄດ້ມາດຕະຖານ (ໂດຍຜ່ານການກວດສອບກ່ອນຮັບຝາກ, ບັນຈຸໃນຂະໜາດທີ່ເໝາະສົມປ້ອງກັນການເສຍຫາຍໃນລະຫວ່າງການຂົນສົ່ງ) ເທົ່ານັ້ນ.
     - ປ່ອງບໍລິການ ຫຼື ພະນັກງານທີ່ຮັບຝາກພັດສະດຸໄດ້ປະຕິບັດຕາມເງື່ອນໄຂກົດລະບຽບບໍລິສັດກຳນົດ.
     - ລູກຄ້າໄດ້ກວດເຊັກພັດສະດຸກ່ອນນຳອອກຈາກປ່ອງບໍລິການ ແລະ ແຈ້ງເສຍຫາຍກັບພະນັກງານໃນເວລາໄປຮັບພັດສະດຸທັນທີ (ກໍລະນີນຳພັດສະດຸອອກຈາກປ່ອງບໍລິການໄປແລ້ວ ຈຶ່ງແຈ້ງຕາມຫຼັງຈະບໍ່ຮັບຜິດຊອບທຸກກໍລະນີ)
     - ການແຈ້ງເລື່ອງພັດສະດຸເສຍຫາຍ ຫຼື ສູນຫາຍ ຕ້ອງແຈ້ງເລື່ອງພາຍໃນ 07 ວັນ, ນັບຈາກວັນທີ່ຝາກພັດສະດຸ ເພື່ອກວດສອບ ແລະ ເກັບຂໍ້ມູນ, ກໍລະນີແຈ້ງເລື່ອງກາຍກຳນົດ ບໍ່ມີຂໍ້ມູນໃນການກວດສອບຕິດຕາມ ບໍລິສັດຈະບໍ່ສາມາດກວດສອບ        ແລະ ຮັບຜິດຊອບໃຫ້ໄດ້.
     - ໃນການເຄຼມ ຫຼື ຮັບຜິດຊອບມູນຄ່າເສຍຫາຍ ລູກຄ້າຕ້ອງແຈ້ງຫຼັກຖານທີ່ແທ້ຈິງຄົບຖ້ວນມາຢັ້ງຢືນກັບບໍລິສັດ (ພາຍໃນ 03 ວັນ, ນັບຈາກວັນທີ່ບໍລິສັດແຈ້ງຂໍຂໍ້ມູນ) ເຊິ່ງຂໍ້ມູນທີ່ຕ້ອງແຈ້ງມີດັ່ງນີ້:
       1. ເລກບິນ ແລະ ຮູບສິນຄ້າທີ່ສູນຫາຍ ຫຼື ເສຍຫາຍ.
       2. ມູນຄ່າເສຍຫາຍ.
       3. ຫຼັກຖານລາຍການສັ່ງຊື້, ໃບບິນຊື້-ຂາຍຕ່າງໆ.
       4. ຫຼັກຖານການໂອນຊຳລະ.
       5. ເລກບັນຊີທະນາຄານ (ທີ່ອອກຊື່ຜູ້ເສຍຫາຍ ຫຼື ຜູ້ແຈ້ງເຄຼມ).
       6. ພາຍຫຼັງທີ່ບໍລິສັດໄດ້ຂໍ້ມູນຄົບຖ້ວນ ແລະ ມີການຕົກລົງກັນຮຽບຮ້ອຍແລ້ວ, ຈະທຳການດຳເນີນການເຄຼມຄືນມູນຄ່າເສຍຫາຍໃຫ້ລູກຄ້າ ພາຍໃນ 3-5 ວັນ ນັບຈາກວັນທີ່ໄດ້ຂໍ້ມູນຄົບຖ້ວນແລ້ວ.
     - ມູນຄ່າໃນການຊົດໃຊ້ຄ່າເສຍຫາຍເບື້ອງຕົ້ນແມ່ນບໍ່ເກີນ 500,000 ກີບ/ບິນ. ຕ້ອງເປັນໄປຕາມເງື່ອນໄຂຂອງ ບໍລິສັດ ກຳນົດ.